2/22/2012

ຄຳນຳສະເໜີ / Introduction


     ໂລກໝູນໄປຕາມການເວລາຢ່າງໄວວາ, ໃນຂະນະດຽວກັນ
ມະນຸດກໍ່ມີການພັດທະນາ ຈະເລີນກ້າວໜ້າສີວິົໄລຢ່າງບໍ່ຢຸດຢັ້ງ
 ພ້ອມກັນນີ້ ແຫລງຂໍ້ມູນຂ່າວສານກໍ່ຍິ່ງມີຄວາມສຳຄັນ
 ແລະ ຈຳເປັນຕໍ່ມວນມະນຸດເຮົາທີ່ຈະເສບຂ່າວສານຕ່າງໆຄວມ
ຄູ່ກັບການດຳລົງຊີວິດປະຈຳວັນ ເຊີ່ງແຫລງຂໍ້ມູນຂ່າວສານຕ່າງໆ
ບໍ່ວ່າຈະມາຈາກໜັງສືພິມ, ວາວະສານ,ປື້ມອ່ານ, ທໍລະທັດ, ວິທະຍຸ,
ຮູບເງົາ ແລະ ອື່ນໆ..ປັດຈຸບັນນີ້  ແຫລ່ງຂໍ້ມູນຂ່າວສານທີ່ສຳຄັນ
ແລະ ຈຳເປັນອີກທາງໜື່ງທີ່ມວນມະນຸດປາສະຈາກບໍ່ໄດ້ແລະຊື່ງກຳ
ລັງເປັນທີ່ຊົມໃຊ້ກັນຢ່າງຫລວງຫລາຍກ່ວາໜູ່ແມ່ນຜ່ານ
ທາງ INTERNET.

     ໂດຍສ່ວນຕົວຂ້າພະເຈົ້າເປັນຄົນມັກອ່ານ, ມັກຄົ້ນຄ້ວາສືກສາ
ດ້ວຍຕົນເອງ ແລະມັກສະສົມເກັບກຳແຫລ່ງຂໍ້ມູນຂ່າວສານຜ່ານ
ທາງອິນເຕີເນັດ,ໂດຍສະເພາະແມ່ນແຫລ່ງຂໍ້ມູນຂ່າວສານກ່ຽວກັບ
ປະເທດລາວ.
ດັ່ງນັ້ນ ຂ້າພະເຈົ້າຈື່ງໃຊ້ເວລາຫວ່າງຈັດຮິບໂຮມລວມ LINKS
  ຂໍ້ມູນຂ່າວສານຈາກ WEBSITES ຕ່າງໆທີ່ຄິດວ່າເປັນແຫລ່ງ
ຂໍ້ມູນຂ່າວສານທີ່ໜ້າສົນໃຈ ແລະ ສຳຄັນຕໍ່ການສືກສາຮ່ຳຮຽນ
ຂອງຄົນລາວ ທຸກໆຄົນ,ຈຸດປະສົງເພື່ອສະດວກຕໍ່ການຄົ້ນ
ຄ້ວາສືກສາຮ່ຳຮຽນ ແລະ ເພື່ອຄວາມເຂົ້າໃຈງ່າຍ
ຂ້າພະເຈົ້າຈື່ງໄດ້ຈັດຮິບໂຮມຮຽບຮຽງເປັນໝວດໄວ້ໃນ BLOG ດຽວ.
ຂ້າພະເຈົ້າຫັວງຢ່າງຍິ່ງວ່າ:
BLOG:"ສູນກາງຂໍ້ມູນຂ່າວສານ/Laos-Information-Center"  
ຄົງຈະນຳຄວາມຮູ້ ຄວາມບັນເທີງ ແລະ ອາດຈະເປັນປະໂຫຍດ
ຕໍ່ທຸກໆທ່ານທີ່ຄລິກເຂົົ້າມາສືກສາບໍ່ໜ້ອຍກໍ່ຫລາຍ. ຂ້າພະເຈົ້າ
ຈະຍັງພະຍາຍາມ UPDATE ສືບຕໍ່ເກັບກຳ ແລະ ຮິບໂຮມຂໍ້ມູນ
ຂ່າວສານຕ່າງໆທີ່ຄິດວ່າເປັນແຫລ່ງທີ່ໜ້າສົນໃຈສຳຄັນຕໍ່ຜູ້ອ່ານ
ຫຼື ຊົມໃຊ້ມານຳສະເໜີເຜີຍແຜ່ເປັນປະຈຳ.

     ພ້ອມກັນນີ້ ຂ້າພະເຈົ້າຍິນດີຮັບເອົາຄຳຕຳນິຕິຊົມຈາກຜູ້ອ່ານ
 ຫຼື ຜູ້ຊົມໃຊ້ ເພື່ອມາປັບປຸງໃຫ້ດີຂື້ນເລື້ອຍໆ. ຂ້າພະເຈົ້າຂໍຂອບໃຈ
ລ່ວງໜ້າເປັນຢ່າງຍີ່ງ ທີ່ ຫາກມີທ່ານໃດຈະປະກອບຄຳຄິດເຫັນ ຫລື 
ຈະແບ່ງປັນແຫລ່ງຂໍ້ມູນຂ່າວສານທີ່ຄິດວ່າເປັນແຫລ່ງທີ່ໜ້າສົນ
ໃຈ ສຳຄັນ ແລະ ຈຳເປັນຕໍ່ການສືກສາຮ່ຳຮຽນຂອງໜູ່ຄະນະ
ຄົນລາວທຸກໆຄົນກະລຸນນາ POST COMMENTS ເຂົ້າມາ ຫຼື E-MAIL
ຫາຂ້າພະເຈົ້າ ແລ້ວຂ້າພະເຈົ້າຈະຈັດຮຽງຮິບໂຮມເປັນໜວດ. 
                                                       ຂໍຂອບໃຈ
                                               ຜູ້ຮີບໂຮມ ແລະ ຮຽບຮຽງ. 
                                               ຜ່ອງແກ້ວ ພອນທະສິດ (ໄຊ)

1 comment:

  1. How to play the new casino with real money? - Dr.MD
    The casino's welcome bonus is usually called 제주도 출장안마 "free spins". Players can 당진 출장안마 redeem 안동 출장안마 a free sign-up bonus or 태백 출장안마 a free slot 양주 출장마사지

    ReplyDelete